hk pools situs hk pools situs hk pools rupiahbet rupiahbet hk pools toto hk toto hk slot depo 5k slot 5k slot gacor rupiahbet hk pools toto hk sekalibet situs slot gacor slot depo 5k luminos.id situs toto situs slot mahjong slot depo 5k sekalibet rupiahbet

rupiahbet

rupiahbet

rupiahbet

rupiahbet

rupiahbet

rupiahbet

rupiahbet

situs hk pools

situs toto

slot depo 5k

slot depo 5k

slot depo

sekalibet

slot 5k

rupiahbet

situs slot gacor

toto hk

toto slot

slot 5k

rupiahbet

slot 5k

rupiah bet

rupiahbet

rupiah bet

rupiahbet

rupiah bet

rupiahbet

rupiah bet

hometogel

rupiahbet

slot 5000

toto slot

rupiahbet

ບໍລິສັດ ເພັດອານົງ ພັດທະນາ ຈຳກັດຜຸ້ດຽວ

#ບໍລິສັດ ເພັດອານົງ ພັດທະນາ ຈຳກັດຜູ້ດຽວ

ເປັນຜູ້ໃຫ້ບໍລິການແອັບ we-serve ທີ່ມີຫຼາກຫຼາຍການບໍລິການ ເພື່ອຮັບໃຊ້ສັງຄົມ

I. We-Food ບໍລິການອາຫານ

§  ສໍາລັບລູກຄ້າ: ທ່ານສາມາດໃຊ້ບໍລິການສັ່ງຊື້ອາຫານ Food Delivery ຜ່ານແອັບຂອງ Weserve lao. ເຊິ່ງຈະມີຫຼາກຫຼາຍປະເພດອາຫານທີ່ ທ່ານສາມາດເລືອກສັ່ງໄດ້, ລູກຄ້າຍັງສາມາດສັ່ງຈອງເຊັດພາເຂົ້າ ເພື່ອຮັບ ປະທານຢູ່ບ້ານໄດ້ ແລະ ລູກຄ້າຍັງສາມາດຈອງໂຕະຕາມຮ້ານອາຫານຕ່າງໆໄດ້.

§  ສໍາລັບຮ້ານອາຫານທີ່ຕ້ອງການສະໝັກເປັນຜູ້ປະກອບການຮ່ວມກັບພວກເຮົາ, ສາມາດສະໝັກໄດ້ທຸກຊ່ອງທາງ, ຄ່າທໍານຽມຂອງພວກເຮົາເລີ່ມຕົ້ນພຽງ 15%.

ð  ສຳລັບບໍລິການນີ້ຂອງພວກເຮົາຈະໃຫ້ບໍລິການໄວໆນີ້.

II. We-Mart ບໍລິການຮ້ານຄ້າ

§  ແມ່ນການບໍລິການໃຫ້ແກ່ລຸກຄ້າທີ່ຕ້ອງການສັ່ງຊື້ສິນຄ້າຈາກຮ້ານມີນິມາດ, ຊູບເປີມາເກັດຕ່າງໆ ທາງອອນລາຍ ໂດຍການສັ່ງຊື້ຜ່ານ ແອັບ Weserve lao.

§  ສໍາລັບຮ້ານຄ້າຕ່າງໆທີ່ຕ້ອງການສະໝັກເປັນຜູ້ປະກອບການຮ່ວມກັບພວກເຮົາ, ສາມາດສະໝັກມາໄດ້ທຸກ ຊ່ອງທາງ, ຄ່າທໍານຽມຂອງພວກເຮົາເລີ່ມຕົ້ນພຽງ 15%. 

ðສຳລັບບໍລິການນີ້ຂອງພວກເຮົາຈະໃຫ້ບໍລິການໄວໆນີ້.

III. Weserve Shipper

ປະກອບມີ 2 ປະເພດບໍລິການຄື:

§We-Taxi ບໍລິການວີແທັກຊີ:

ແມ່ນການບໍລິການລົດໃນຕົວເມືອງ, ສໍາລັບລູກຄ້າທີ່ຕ້ອງການເດີນທາງພາຍໃນຕົວເມືອງ ໂດຍຜ່ານແອັບ ຂອງ Weserve lao. ທ່ານສາມາດເອີ້້ນໃຊ້ບໍລິການໄດ້ ທຸກທີ່ ທຸກເວລາ ຕະຫຼອດ 24 ຊົ່ວໂມງ ທາງອອນລາຍ. ໂດຍຜູ້ໃຫ້ບໍລິການ (ຜູ້ຂັບ) ຈະເຫັນຄໍາສັ່ງເອີ້ນໃຊ້ບໍລິການຜ່ານແອັບຂອງ Weserve lao ເຊັ່ນກັນ. ລູກຄ້າສາມາດ ຊໍາລະຄ່າບໍລິການ ໂດຍຜ່ານຊ່ອງທາງອອນລາຍເຊັ່ນ: ການໂອນເງິນ, QR Code ຫຼື ສາມາດຊໍາລະເປັນເງິນສົດໃຫ້ກັບຄົນຂັບໄດ້. ລົດທີ່ມີໃຫ້ບໍລິການແກ່ລູກຄ້າມີທັງປະເພດລົດສ່ວນໂຕ, ແລະ ລົດແທັກຊີທີ່ໃຫ້ບໍລິການສົ່ງລູກຄ້າ.

           +  ຄ່າບໍລິການ We-Taxi ບໍລິການວີແທັກຊີ:

ກຳນົດລາຄາເລີ່ມຕົ້້ນ:              13,000 ກີບ/ຄັ້ງ.

ລາຄາຕໍ່ກິໂລແມັດ:                 10,000 ກີບ/ກິໂລແມັດ.

ລາຄາຕໍ່ເວລາ:                           200 ກີບ/ນາທີ.

ສຳລັບການໃຊ້ງານ (ລູກຄ້າ ຫຼື ຜູ້ໂດຍສານ): ໃນເວລາທີ່ລູກຄ້າຕ້ອງການໃຊ້ບໍລິການແມ່ນເຂົ້າໄປທີ່ຟັງຊັນເອີ້ນໃຊ້ບໍລິການແທັກຊີອອນລາຍ, ທ່ານຈະ ເຫັນລົດທີ່ພ້ອມໃຫ້ບໍລິການທີ່ຢູ່ບໍລິເວນໃກ້ຄຽງທ່ານ, ແລະ ພ້ອມທັງສະແດງ ເວລາໃຫ້ທ່ານຮູ້ວ່າຈະໃຊ້ເວລາ ຈັກນາທີເພື່ອໄປຮອດຈຸດທີ່ທ່ານຢູ່. ພາຍຫຼັງທ່ານຢືນຢັນເລືອກໃຊ້ບໍລິການ ທ່ານຈະເຫັນລາຍລະອຽດຂອງລົດທີ່ ຈະມາຮັບທ່ານຄື: ຮູບຂອງລົດ, ປະເພດລົດ, ເລກທະບຽນ, ຮູບຂອງຜູ້ຂັບ ແລະ ທ່ານສາມາດແຊັດຫາຄົນຂັບໄດ້. ແລະ ທ່ານຍັງສາມາດຮູ້ວ່າຄ່າບໍລິການຈົນຮອດປາຍທາງແມ່ນປະມານເທົ່າໃດ, ແລະ ເມື່ອ ໄປຮອດປາຍທາງຂອງທ່ານ ໃນແອັບຈະສະແດງລາຄາບໍລິການໃຫ້ທ່ານ ແລະ ຄົນຂັບໄດ້ຮູ້, ແລ້ວດໍາເນີນການຊໍາລະຄ່າບໍລິການ. ຄ່າບໍລິການສາມາດຮັບເປັນເງິນໂອນ ແລະ ເງິນສົດເພື່ອຄວາມສະດວກ.

ສໍາລັບການໃຊ້ງານ (ຜູ້ຂັບ): ໃນເວລາທີ່ມີການເອີ້ນໃຊ້ບໍລິການ, ຜູ້ຂັບຈະເຫັນມີລາຍການເອີ້ນເຂົ້າ ແລະ ສາມາດເຫັນຈຸດທີ່ລູກຄ້າ ຕ້ອງໃຫ້ ໄປຮັບ-ສົ່ງ ພ້ອມທັງສະແດງເວລາໃນການເດີນທາງໃຫ້ເຫັນ. ຖ້າຫາກເຫັນວ່າປາຍທາງທີ່ລູກຄ້າເອີ້ນນັ້ນ ຢູ່ເສັ້ນທາງດຽວກັນ, ເສັ້ນທາງທີ່ຈະຜ່ານ ຫຼື ຢູ່ໃກ້ກັນກັບຂອບເຂດ ທີ່ຜູ້ຂັບຈະເດີນທາງໄປຢູ່ແລ້ວ, ຜູ້ຂັບສາມາດ ກົດຮັບລູກຄ້າດັ່ງກ່າວ, ແລ້ວໃຫ້ບໍລິການຮັບ-ສົ່ງ. ພາຍຫຼັງສົ່ງ ລູກຄ້າຮອດປາຍທາງ, ໃນແອັບບໍລິການຈະສະແດງຄ່າບໍລິການທັງໝົດໃຫ້ແກ່ຜູ້ຂັບ ແລະ ລູກຄ້າ, ສາມາດ ເລືອກການຊໍາລະໂດຍສະແກນຜ່ານ QR, ການໂອນ ຫຼື ເງິນສົດໄດ້ຕາມຄວາມຕ້ອງການ. ຜູ້ຂັບວີແທັກຊີ ແຕ່ລະຄົນພາຍຫຼັງສະໝັກສໍາເລັດ, ຈະມີລະຫັດ ແລະ ກະເປົາເງິນ (Wallet) ເຊິ່ງຈະມີໄວ້ສໍາລັບ ສື່ກາງການຊໍາລະສະສາງລະຫວ່າງຜູ້ຂັບ ແລະ ບໍລິສັດ, ສໍາລັບຮັບເງິນໂບນັສ ແລະ ອື່ນໆ.

ສິດຜົນປະໂຫຍດໃນການເປັນຜູ້ຂັບວີແທັກຊີ We-Taxi” ຂອງພວກເຮົາຄື:

1.      ບໍ່ມີຄ່າສະໝັກເປັນຄູ່ຮ່ວມທຸລະກິດນໍາພວກເຮົາ.

2.      ທ່ານຈະສາມາດສ້າງລາຍຮັບເພີ່ມໃຫ້ແກ່ທ່ານ ນອກຈາກວຽກປະຈໍາຂອງທ່ານ. ສໍາລັບທ່ານ ທີ່ໃຫ້ບໍລິການ ແທັກຊີຢູ່ແລ້ວທ່ານຈະໄດ້ຮັບລູກຄ້າເພີ່ມຈາກຊ່ອງທາງທີ່ທ່ານໃຫ້ບໍລິການປົກກະຕິຢູ່. ໂດຍຈະເສຍຄ່າບໍລິ ການແອັບພຽງແຕ່ 15% ຂອງລາຍຮັບທ່ານ.

3.      ທ່ານຈະໄດ້ຮັບເງິນເພີ່ມຈາກການແນະນໍາໃຫ້ໝູ່ ຫຼື ຄົນຮູ້ຈັກຂອງທ່ານສະໝັກເປັນຜູ້ຂັບ. ໂດຍທ່ານຈະໄດ້ ຮັບໂບນັສຂອງລາຍຮັບໃນເດືອນຂອງຜູ້ທີ່ທ່ານແນະນໍາ ເປັນເວລາ 3 ເດືອນ.

4.      ທ່ານຍັງມີສິດລຸ້ນຮັບລາງວັນທີ່ພວກເຮົາຈະຈັດຂຶ້ນໃນແຕ່ລະໄລຍະ.

5.      ທ່ານສາມາດບໍລິຫານເວລາດ້ວຍໂຕເອງ, ໃນມື້ທີ່ທ່ານບໍ່ພ້ອມໃຫ້ບໍລິການ ກໍ່ພຽງແຕ່ປິດ ບໍ່ໃຫ້ບໍລິການຜ່ານ ທາງອອນລາຍໃນວັນດັ່ງກ່າວ.

6.      ສາມາດສ້າງລາຍຮັບໄດ້ທຸກເວລາ ຕະຫຼອດ 24 ຊົ່ວໂມງ.

7.      ທ່ານຈະຮູ້ສຶກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອສັງຄົມເພາະພວກເຮົາຈະມີກອງທຶນທີ່ໄດ້ຈາກລາຍຮັບຂອງທຸລະກິດ ເພື່ອຈັດກິດຈະກໍາຊ່ວຍເຫຼືອສັງຄົມໃນແຕ່ລະໄລຍະ.

ຜູ້ທີ່ເໝາະສຳລັບການເປັນຜູ້ຂັບວີແທັກຊີ We Taxi”:

1) ມີວຽກປະຈໍາແລ້ວ ແລະ ຕ້ອງການສ້າງລາຍຮັບເພີ່ມ.

2) ສັນຊາດລາວ

3) ອາຍຸ 20 ປີ ຂຶ້ນໄປ

4) ມີໃບຂັບຂີ່

5) ມີລົດເປັນຂອງໂຕເອງ

6) ພະນັກງານລັດ, ເອກະຊົນ ຫຼື ບຸກຄົນທີ່ມີວຽກປະຈໍາຢູ່ແລ້ວ ລວມທັງຜູ້ທີ່ບໍລິການແທັກຊີຢູ່ແລ້ວ

7) ມີຄວາມມັກໃນອາຊີບທີ່ສາມາດບໍລິຫານເວລາໄດ້ດ້ວຍຕົວເອງ

ສຳລັບການສະໝັກເປັນຜູ້ຂັບວີແທັກຊີ We-Taxi”:

-       ວິທີສະໝັກ: ທ່ານສາມາດສະໝັກຜ່ານເວບໄຊຂອງ we-serve.la ໄດ້ເລີຍ ໂດຍເຂົ້າໄປທີ່ລົງທະບຽນ ຫຼື ສາມາດເຂົ້າໄປທີ່ລີ້ງ https://we-serve.la/customers/register ແລ້ວລົງທະບຽນໄດ້ເລີຍ.

 §  We-Bus ບໍລິການລົດທາງໄກ:

            ແມ່ນການບໍລິການລົດທາງໄກ, ສໍາລັບລູກຄ້າທີ່ຕ້ອງການເດີນທາງອອກນອກເມືອງໃຫຍ່ ຫຼື ເດີນທາງໄປ ຕ່າງແຂວງໂດຍຜ່ານແອັບ ຂອງ Weserve lao. ທ່ານສາມາດເອີ້້ນໃຊ້ບໍລິການໄດ້ທຸກທີ່ ທຸກເວລາ ຕະຫຼອດ 24 ຊົ່ວໂມງ ທາງອອນລາຍ. ໂດຍຜູ້ໃຫ້ບໍລິການ (ຜູ້ຂັບ) ຈະເຫັນຄໍາສັ່ງເອີ້ນໃຊ້ບໍລິການຂອງລູກຄ້າຜ່ານແອັບຂອງ We-Serve. ລູກຄ້າສາມາດຊໍາລະຄ່າບໍລິການໂດຍການຈ່າຍຜ່ານ BCEL One ພາຍຫຼັງການສັ່ງຈອງປີ້. ລົດທີ່ມີໃຫ້ບໍລິການແກ່ລູກຄ້າມີທັງປະເພດລົດສ່ວນໂຕ ແລະ ລົດທີ່ໃຫ້ບໍລິການຜູ້ໂດຍສານ ເຊັ່ນ: ລົດຕູ້, ລົດເມ, ລົດກະບະ, ລົດຈິບ...

ສຳລັບການໃຊ້ງານ: ການບໍລິການນີ້, ຜູ້ຂັບທີ່ໄດ້ສະໝັກເປັນຜູ້ຂັບລົດວີແທັກຊີ We Bus” ຂອງ We-Serve ແລະ ມີແຜນເດີນທາງໄປຕ່າງແຂວງ ຜູ້ຂັບສາມາດ ສະມັກຄິວຜ່ານ We-Serve App  ກ່ອນໜ້າ 3 ວັນ ກ່ອນທີ່ຈະອອກເດີນທາງ, ເພື່ອໃຫ້ລູກຄ້າ ຫຼື ຜູ້ໃຊ້ບໍລິການແອັບຂອງ Weserve lao ເຫັນ (ເຊິ່ງຈະມີຂໍ້ມູນ ລະອຽດຄື: ປາຍທາງທີ່ຈະໄປ, ປະເພດລົດ, ຈໍານວນບ່ອນນັ່ງ ຫຼື ຜູ້ໂດຍສານທີ່ຜູ້ຂັບຮັບໄດ້ ສໍາລັບການເດີນທາງໄປນໍາກັນ, ແຜນເສັ້ນທາງເດີນ) ແລະ ສາມາດເຂົ້າໄປຈອງປີ້ເດີນທາງດັ່ງກ່າວໄດ້, ເມື່ອເຖິງເວລາອອກເດີນທາງຄົນຂັບຈະໄປຮັບລູກຄ້າຕາມສະຖານທີ່ ທີ່ໄດ້ປັກມຸດ (ສາມາດລົມກັບຜູ້ຂັບໄດ້ຫາກຕ້ອງການໃຫ້ໄປຮັບຢູ່ຈຸດໃໝ່), ພາຍຫຼັງລົດອອກເດີນທາງລູກຄ້າຍັງສາມາດເອີ້ນລົດທີ່ກຳລັງເດີນທາງ ໃຫ້ໄປຮັບລູກຄ້າລະຫວ່າງທາງໄດ້ນຳອີກ;


ð  ສຳລັບບໍລິການລົດທາງໄກຂອງພວກເຮົາຈະໃຫ້ບໍລິການໄວໆນີ້.


 IVWeserve Shipper “ບໍລິການຂົນສົ່ງສິນຄ້າ”                                                                                      

         §   ການບໍລິການທີ່ຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ບັນດາແມ່ຄ້າອອນລາຍ, ຮ້ານຂາຍເສື້ອຜ້າ ແລະ ຮ້ານ ຂາຍເຄື່ອງຕ່າງໆ ໃນການສົ່ງເຄື່ອງໃຫ້ກັບລູກຄ້າ ເຊິ່ງບາງຄັ້ງມີຈໍານວນຫຼາຍອໍເດີ້ ທ່ານສາມາດເອີ້ນໃຊ້ບໍລິການຜູ້ສົ່ງເຄື່ອງໄດ້ໂດຍຜ່ານທາງແອັບ Weserve lao ຂອງພວກເຮົາ. ເຮົາສາມາດໃຫ້ບໍລິການສົ່ງເຄື່ອງນັບແຕ່ສິນຄ້ານ້ອຍໆ ນໍ້າໜັກໜ້ອຍ ຈົນຮອດສິນຄ້າທີ່ໃຫຍ່ ແລະ ມີນໍ້າໜັກຫຼາຍ. ບໍລິການດັ່ງກ່າວນີ້ສາມາດ ໃຫ້ບໍລິການທັງພາຍໃນຕົວເມືອງ ແລະ ລະຫວ່າງແຂວງ.

          §    ນອກຈາກນີ້, ພວກເຮົາຍັງໃຫ້ບໍລິການລູກຄ້າທີ່ຕ້ອງການຍົກຍ້າຍຖິ່ນຖານເຊັ່ນ: ຍ້າຍຫ້ອງການ, ຍ້າຍເຮືອນ ແລະ ອື່ນໆ.

           §     ພວກເຮົາມີຜູ້ສົ່ງເຄື່ອງ ແລະ ພາຫະນະການສົ່ງເຄື່ອງຫຼາກຫຼາຍປະເພດ  ຕັ້ງແຕ່ປະເພດລົດຈັກ, ລົດກະບະ, ລົດເກັງ ໄປຈົນເຖິງລົດ 22 ລໍ້.

ສໍາລັບການໃຊ້ງານ (ຜູ້ຂັບ): ໃນເວລາທີ່ມີການເອີ້ນໃຊ້ບໍລິການ, ຜູ້ຂັບຈະເຫັນມີລາຍການເອີ້ນເຂົ້າ ແລະ ສາມາດເຫັນຈຸດທີ່ລູກຄ້າ ຕ້ອງໃຫ້ ໄປຮັບ-ສົ່ງ, ລາຍລະອຽດສິນຄ້າ (ຮູບ, ປະເພດ, ຂະໜາດ, ນໍ້າໜັກ, ຈຳນວນ) ຜູ້ຂັບສາມາດ ກົດຮັບລາຍການດັ່ງກ່າວ, ແລ້ວໃຫ້ບໍລິການຮັບ-ສົ່ງສິນຄ້າ ຕາມສາຍທາງທີ່ລູກຄ້າປັກມຸດໄວ້. ລູກຄ້າ, ສາມາດ ເລືອກການຊໍາລະໂດຍສະແກນຜ່ານ QR, ການໂອນ ຫຼື ເງິນສົດໄດ້ຕາມຄວາມຕ້ອງການ. We-Shipper ແຕ່ລະຄົນພາຍຫຼັງສະໝັກສໍາເລັດ, ຈະມີລະຫັດ ແລະ ກະເປົາເງິນ (Wallet) ເຊິ່ງຈະມີໄວ້ສໍາລັບ ສື່ກາງການຊໍາລະສະສາງລະຫວ່າງຜູ້ຂັບ ແລະ ບໍລິສັດ, ສໍາລັບຮັບເງິນໂບນັສ ແລະ ອື່ນໆ

      +  ສຳລັບການໃຊ້ງານ (ລູກຄ້າ): ໃນເວລາທີ່ລູກຄ້າຕ້ອງການໃຊ້ບໍລິການແມ່ນເຂົ້າໄປທີ່ຟັງຊັນເອີ້ນໃຊ້ບໍລິການລົດຂົນສົ່ງ, ລູກຄ້າສາມາດເລືອກປະເພດລົດໃຫ້ເໝາະສົມກັບສິນຄ້າທີຈະໃຫ້ບໍລິການຮັບ-ສົ່ງ ແລ້ວ ໃສ່ລາຍລະອຽດປັກມຸດຈຸດຮັບ, ຈຸດສົ່ງ (ສາມາດປັກມຸດຈຸດສົ່ງສູງສຸດ 10 ຈຸດຕໍ່ຖ້ຽວ)ໃສ່ລາຍລະອຽດສິນຄ້າ (ຮູບ, ປະເພດ, ຂະໜາດ, ນໍ້າໜັກ, ຈຳນວນ...) ທ່ານສາມາດຮູ້ວ່າຄ່າບໍລິການແມ່ນປະມານເທົ່າໃດ, ພາຍຫຼັງທ່ານຢືນຢັນເລືອກໃຊ້ບໍລິການ ທ່ານຈະເຫັນລາຍລະອຽດຂອງລົດທີ່ ຈະມາຮັບທ່ານຄື: ຮູບຂອງລົດ, ປະເພດລົດ, ເລກທະບຽນ, ຮູບຂອງຜູ້ຂັບ ແລະ ທ່ານສາມາດແຊັດຫາຄົນຂັບໄດ້ ແລະ ເມື່ອຄົນຂັບໄປຮັບເອົາສິນຄ້າແລ້ວ ລູກຄ້າສາມາດຕິດຕາມສິນຄ້າຂອງຕົນວ່າສົ່ງສຳເລັດຈັກຈຸດກຳລັງສົ່ງຈຸດໃດ ການຢັ້ງຢືນການສົ່ງສຳເລັດແຕ່ລະຈຸດດ້ວຍການຖ່າຍຮູບການມອບ-ຮັບ, ຄ່າບໍລິການສາມາດຈ່າຍເປັນເງິນໂອນ ແລະ ເງິນສົດເພື່ອຄວາມສະດວກ.

ð  ສຳລັບບໍລິການລົດທາງໄກຂອງພວກເຮົາຈະໃຫ້ບໍລິການໄວໆນີ້.

V.We-Fresh Farm ບໍລິການຕະຫຼາດສົດ

    §  ແມ່ນການບໍລິການທີ່ຈະຊ່ວຍຕອບໂຈດກັບແມ່ເຮືອນ ແລະ ຜູ້ທີ່ຕ້ອງການອາຫານສົດໆຈາກບ່ອນຜະລິດ ເຊັ່ນ: ພືດຜັກ, ໝາກໄມ້, ຊີ້ນ, ປາ ເຊິ່ງສາມາດສັ່ງຈອງຜ່ານທາງອອນລາຍ ແລະ ພວກເຮົາຈະຈັດສົ່ງໃຫ້ພວກທ່ານ ຈົນເຖິງບ້ານຕາມເວລາທີ່ຕ້ອງການ.

§  ບັນດາຮ້ານອາຫານ, ອາດເຄີຍພົບບັນຫາໃນການຈັດຊື້ ແລະ ສະຕັອກວັດຖຸດິບໃນການເຮັດອາຫານ, ຕໍ່ໄປນີ້ພວກທ່ານຈະມີຕົວຊ່ວຍທີ່ດີ ໃຫ້ທ່ານສາມາດສັ່ງຊື້ຜ່ານແອັບ Weserve lao ຂອງພວກເຮົາ, ໂດຍສາມາດຈັດສົ່ງທ່ານໄດ້ຕາມເວລາທີ່ຕ້ອງການ.

§  ພວກທ່ານຈະໝັ້ນໃຈກັບຄຸນນະພາບຂອງວັດຖຸດິບທີ່ໄດ້ຈາກການຄັດສັນເປັນຢ່າງດີຂອງພວກເຮົາ ເພື່ອສະ    ໜອງສິນຄ້າທີ່ດີທີ່ສຸດໃຫ້ແກ່ລູກຄ້າຂອງພວກເຮົາ.

§  ສໍາລັບບັນດາຮ້ານອາຫານທີ່ເປັນຄູ່ຮ່ວມທຸລະກິດຂອງພວກເຮົາ, ພວກເຮົາຍັງມີສິດທິພິເສດໃນການໃຫ້ເຄຣດິດ ໃນການຊໍາລະ ແລະ ການບໍລິການ ອີກດ້ວຍ.

ð  ສຳລັບບໍລິການນີ້ພວກເຮົາຈະໃຫ້ບໍລິການໄວໆນີ້.

VI. We-Marketບໍລິການຈ່າຍຕະຫຼາດ

    § ການຈ່າຍຕະຫຼາດ, ຖືເປັນໜຶ່ງວຽກຫຼັກຂອງບັນດາແມ່ບ້ານແມ່ເຮືອນ, ພວກເຮົາເຫັນໄດ້ຄວາມສຳຄັນໃນການ ອໍານວຍຄວາມສະດວກໃຫ້ແກ່ບັນດາແມ່ເຮືອນຕ່າງໆ ສາມາດໃຊ້ບໍລິການຜູ້ຊ່ວຍຈ່າຍຕະຫຼາດໄດ້ ພຽງແຕ່ເຂົ້າ ໃຊ້ບໍລິການແອັບ Weserve lao ແລ້ວເລືອກບໍລິການຈ່າຍຕະຫຼາດ. ເຊິ່ງພວກເຮົາຈະມີຕະຫຼາດສົດຈໍານວນຫຼາຍ ທີ່ເປັນ ຕະຫຼາດໃຫຍ່ ແລະ ມີສິນຄ້າຫຼາກຫຼາຍໄວ້ສໍາລັບໃຫ້ບໍລິການ, ລູກຄ້າສາມາດເລືອກລາຍການທີ່ຕ້ອງການຊື້ ແລະ ສາມາດເລືອກຊື້ນຳແມ່ຄ້າທີ່ທ່ານເຄີຍຊື້ເປັນປະຈຳໄດ້ທາງອອນລາຍ ຜ່ານແອັບຂອງ We-Serve ແລ້ວຜູ້ຊ່ວຍຈ່າຍຕະຫຼາດຈະຈັດການ ໃນການຈັດຊື້ ແລະ ສົ່ງໃຫ້ລູກຄ້າແຕ່ລະທ່ານເຖິງບ້ານ.

ð  ສຳລັບບໍລິການນີ້ພວກເຮົາຈະໃຫ້ບໍລິການໄວໆນີ້.


VII. ໂຄງຮ່າງການຈັດຕັ້ງຂອງບໍລິສັດ ເພັດອານົງ ພັດທະນາ ຈຳກັດຜູ້ດຽວ