hk pools situs hk pools situs hk pools rupiahbet rupiahbet hk pools toto hk toto hk slot depo 5k slot 5k slot gacor rupiahbet hk pools toto hk sekalibet situs slot gacor slot depo 5k luminos.id situs toto situs slot mahjong slot depo 5k sekalibet rupiahbet

rupiahbet

rupiahbet

rupiahbet

rupiahbet

rupiahbet

rupiahbet

rupiahbet

situs hk pools

situs toto

slot depo 5k

slot depo 5k

slot depo

sekalibet

slot 5k

rupiahbet

situs slot gacor

toto hk

toto slot

slot 5k

rupiahbet

slot 5k

rupiah bet

rupiahbet

rupiah bet

rupiahbet

rupiah bet

rupiahbet

rupiah bet

hometogel

rupiahbet

slot 5000

toto slot

rupiahbet

ບໍລິສັດ ເພັດອານົງ ພັດທະນາ ຈຳກັດຜຸ້ດຽວ

ເງື່ອນໄຂຄວາມເປັນສ່ວນຕົວ

ເງື່ອນໄຂການນຳໃຊ້

ຂໍ້ກຳນົດ ແລະ ນະໂຍບາຍຄວາມເປັນສ່ວນຕົວ

I.   ວ່າດ້ວຍຂໍ້ມູນສ່ວນຕົວ

ນະໂຍບາຍຄວາມເປັນສ່ວນຕົວຂອງ ບໍລິສັດ ເພັດອານົງ ພັດທະນາ ຈຳກັດຜູ້ດຽວ ຈະເຮັດໃຫ້ທ່ານໄດ້ເຂົ້າໃຈເຖິງຂໍ້ມູນສ່ວນຕົວ,ການນໍາໃຊ້ ແລະ ການເຜີຍແຜ່ຂໍ້ມູນໃນຮູບແບບ Digital ຕ່າງໆໃນລະບົບ Application ຂອງ we serve driver ນະໂຍບາຍຄວາມເປັນສ່ວນຕົວສະບັບນີ້ ຈະຊ່ວຍໃຫ້ທ່ານໄດ້ຕັດສີນໃຈວ່າທ່ານຄວນຈະໃຫ້ຂໍ້ມູນສ່ວນຕົວກັບລະບົບ Application ຂອງ we serve driver ຫລືບໍ່? ເຖິງຢ່າງໃດກໍ່ຕາມກ່ອນທີ່ທ່ານຈະໃຫ້ຂໍ້ມູນຕ່າງໆກັບທາງລະບົບຂອງພວກເຮົາ, ທ່ານຄວນອ່ານໃຫ້ດີເສຍກ່ອນ, ນະໂຍບາຍສະບັບນີ້ອາດມີການປ່ຽນແປງຕາມການເວລາ ແລະ ສະພາບຕົວຈິງໃນອານາຄົດ ເພື່ອໃຫ້ສອດຄ່ອງກັບກົດຫມາຍທາງ Digital ແລະ ກົດຫມາຍຂອງ ສປປ ລາວ

1.    ຂໍ້ມູນສ່ວນຕົວລະບົບ Applicationຂອງ we serve driver ຈະເປັນແອັບທີ່ເກັບກຳຂໍ້ມູນສ່ວນຕົວຂອງຜູ້ໃຊ້ລະບົບເຊິ່ງຜູ້ໃດກໍຕາມທີ່ມານໍາໃຊ້ລະບົບແມ່ນຈະຖືກເກັບກຳຂໍ້ມູນສ່ວນຕົວພື້ນຖານ ເຊິ່ງຂໍ້ມູນພື້ນຖານດັ່ງກ່າວ ແມ່ນລວມມີ:

a)    ຊື່,ນາມສະກຸນ,ທີ່ຢູ່,ອີເມວ,ເພດ,ເລກບັນຊີທະນາຄານ(ສຳລັບແບ່ງເງິນປັນຜົນ)

b)    ຂໍ້ມູນທີ່ເປັນຮູບພາບ ໄດ້ແກ່ຮູບພາບຫນ້າປົກ,ຮູບລົດ, ຮູບຫນັງສືຢັ້ງຢືນຕົວຕົນເຊັ່ນ:ສໍາມະໂນຄົວ,ບັດປະຈໍາຕົວ ແລະ Passport

c)    ຂໍ້ມູນທີ່ຢູ່ປັດຈຸບັນ latitude, longitude.

2)  ຮູບແບບກາານເກັບກຳຂໍ້ມູນລະບົບ Applicationຂອງ we-serve Driver ຈະເກັບກຳຂໍ້ມູນທັນທີເມື່ອທ່ານເຮັດກິດຈະກຳເຫຼົ່ານີ້ໃນ Applicationຂອງພວກເຮົາ

a) ລົງທະບຽນນຳໃຊ້ແອັບ

b) ເຂົ້າສູ່ລະບົບ

c) ສະຫມັກເປັນຄູ່ຮ່ວມ driver;

3. ຈຸດປະສົງຂອງການເກັບກຳຂໍ້ມູນ,ການນໍາໃຊ້ ແລະ ການເຜີຍແຜ່ຂໍ້ມູນສ່ວນຕົວຂອງທ່ານ

a) Application ຂອງ we serve driver ຈະນໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານຕາມຈຸດປະສົງດັ່ງລຸ່ມນີ້

- ເພື່ອສະສົມຂໍ້ມູນຕິດຕໍ່ພື້ນຖາານໃນເວລາຈໍາເປັນທີ່ຈະຕ້ອງຕິດຕໍ່ຫາທ່ານໃນຈຸດປະສົງໄປສົ່ງຜູ້ໂດນສານ ຫຼື ຮັບຜູ້ໂດຍສານ ແລະ ໄປສົ່ງເຄື່ອງ ຫຼື ໄປຮັບເຄື່ອງ;

- ເພື່ອໃຫ້ທ່ານໄດ້ນໍາໃຊ້ Applicationຂອງ we serve ຢ່າງມີປະສິດຕິພາບ ແລະ ງ່າຍຂຶ້ນ

- ເພື່ອນໍາຂໍ້ມູນສ່ວນຕົວຂອງທ່ານໄປວິເຄາະໃນເຊີງສະຖິຕິ ແລະ ນໍາເອົາຜົນຕອບຮັບດັ່ງກ່າວໄປຜັນຂະຫຍາຍວຽກງານການບໍລິການໃຫ້ດີຂຶ້ນ

b) ການເຜີຍແຜ່ຂໍ້ມູນສ່ວນຕົວຂອງທ່ານ: ຂໍ້ມູນຂອງທ່ານຈະຖືກປົກປ້ອງ,ຮັກສາໄວ້ເປັນຄວາມລັບ ແລະ ຈະບໍ່ຖືກເປີດເຜີຍໃຫ້ພາກສ່ວນທີ່ສາມເປັນເດັດຂາດ. ເຖິງຢ່າງໃດກໍ່ຕາມຂໍ້ມູນຂອງທ່ານຍັງອາດຈະຖືກເປີດເຜີຍໃຫ້ຫນ່ວຍງານທີ່ກ່ຽວຂ້ອງໃນບາງກໍລະນີເຊັ່ນ:

- ພະນັກງານທີ່ກ່ຽວຂ້ອງຂອງບໍລິສັດເອງ

- ນັກກວດສອບ (ຈາກພາກສ່ວນລັດ)

c) ທີ່ຢູ່ປັດຈຸບັນ latitude, longitude ຈະຖືກນຳໃຊ້ເຂົ້າໃນການຕິດຕາມຕຳແໜ່ງປັດຈຸບັນຂອງຄົນຂັບ ກໍລະນີມີເຫດສຸກເສີນ ແລະ ໃຊ້ເຂົ້າໃນການຄຳນວນຕ່າງໆໃນລະບົບເພື່ອໃຫ້ຜົນໄດ້ຮັບຖືກຕ້ອງທີ່ສຸດ.

4.ການຖອນຂໍ້ມູນສ່ວນຕົວຂອງທ່ານ ອອກຈາກ Applicationຂອງພວກເຮົາ: ຖ້າທ່ານເຫັນວ່າ ທ່ານບໍ່ຢາກໃຫ້ມີຂໍ້ມູນສ່ວນຕົວຂອງງທ່ານໃນລະບົບຂອງພວກເຮົາ ທ່ານສາມາດຮຽກຮ້ອງມາຍັງທີມງານຂອງພວກເຮົາໄດ້ໂດຍກົງ ເພື່ອທີມງານຂອງພວກເຮົາຈະໄດ້ຖອນຂໍ້ມູນສ່ວນຕົວຂອງທ່ານອອກຈາກລະບົບ

5. ການເຂົ້າເຖິງຂໍ້ມູນສ່ວນຕົວຂອງທ່ານເອງ: ທ່ານສາມາດເຂົ້າສູ່ລະບົບໃນApplicationຂອງ we serve driver ໄດ້ຕະຫລອດເວລາເພື່ອເຮັດການປ່ຽນແປງຂໍ້ມູນຂອງທ່ານ

6. ການປ້ອງກັນ ແລະ ຄວາມປອດໄພຕ່າງໆ

a) ພວກເຮົາຈະເຮັດທຸກວິທີທາງເພື່ອປ້ອງກັນຂໍ້ມູນສ່ວນຕົວຂອງທ່ານບໍ່ໃຫ້ຮົ່ວໄຫຼໄປຫາພາກສ່ວນທີ່ສາມ ບໍ່ວ່າຈະຮູບແແບໃດກໍ່ຕາມ

b) ພວກເຮົາຈະທຸ້ມເທໃສ່ການພັດທະນາລະບົບໃຫ້ມີຄວາມປອດໄພທີ່ສຸດ ເພື່ອໃຫ້ບັນລຸຄວາມປອດໄພຕາມມາດຕະຖານສາກົນ

II. ມາດຖານຄວາມປອດໄພ

1) ລະບົບປະກັນໄພ

- ພວກເຮົາມີປະກັນໄພຜູ້ໂດຍສານໃນວົງເງິນສູງສຸດ 500 ລ້ານກີບທຸກຖ້ຽວ;

- ປະກັນໄພສິນຄ້າຕາມແຕ່ລະປະເພດສິນຄ້າ ເພື່ອຮັບປະກັນສິນຄ້າເຖິງມືທ່ານດ້ວຍຄວາມປອດໄພ;

- ລົດທຸກຄັນໃນລະບົບມີປະກັນໄພ, ໄດ້ມາດຕະຖານເຕັກນິກ;

- ມີປະກັນໄພ driver;

- ແອັບຜູ້ໃຊ້ບໍລິການແທັກຊີ ມີປຸ່ມສຸກເສີນສໍາລັບກົດຂໍຄວາມຊ່ວຍເຫຼືອ ກໍລະນີມີເຫດສຸກເສີນ;

2) ສິນຄ້າຕ້ອງຫ້າມ

ປະເພດສິນຄ້າທີ່ບໍ່ສາມາດຮັບບໍລິການໄດ້ແກ່:

1)    ປະເພດສິນຄ້າທີ່ຜິດກົດຫມາຍ:ຢາເສບຕິດ,ຝິ່ນ,ເຮໂລອິນ,ກັນຊາ...

2)    ສິນຄ້າຫນີພາສີທີ່ບໍ່ໄດ້ມີການເສຍພາສີອາກອນຖືກຕ້ອງຕາມກົດຫມາຍ

3)    ສິນຄ້າທີ່ເປັນອັນຕະລາຍ:ອາວຸດເສິກສົງຄາມ,ອາວຸດທຸກປະເພດ,ວັດຖຸໄວໄຟ,ຫມໍ້ໄຟທົ່ວໄປທີ່ຜ່ານການໃຊ້ງານມາແລ້ວ,ເຄື່ອງອີເລັກໂທນິກທີ່ຜ່ານການໃຊ້ງານມາແລ້ວ

4)    ວັດຖຸທີ່ມີແຮງດັນສູງຂອງແຫຼວ,ສານເຄມີ:ບັ້ງແກັດ,ບັ້ງອົກຊີ,ສເປ,ບາຫລອດ...

5)    ວັດຖຸມີຄ່າ: ເງິນ,ຄໍາ,ເງິນສົດ,ພັນທະບັດ...

6)    ວັດຖຸທີ່ມີຄ່າທາງບູຮານເຊັ່ນ:ເຂົາກວາງ,ງາຊ້າງ,ເຄື່ອງປ່າຂອງດົງ...

7)    ເຄື່ອງເພັດພອຍ,ທອງຄໍາແທ່ງ, ຫຼື ເງິນແທ່ງ ແລະ ອັນຍະມະມີອື່ນທີ່ມີມູນຄ່າສູງກວ່າ500,000 ກີບ(ຫ້າແສນກີບຖ້ວນ)

8)    ຊິ້ນສ່ວນມະນຸດ,ກະດູກ ຫຼື ເທົ່າອະຖິ

9)    ເອກະສານທາງການເງິນ:ປະເພດບັດເອທີເອັມ( ATM )ບັດເດບິດ(Debit),ເຄຣດິິດ(Credit),ແຊັກເງິນສົດ,ທະນາບັດ ຫຼືບັດແທນເງິນສົດຕ່າງໆ

ໝາຍເຫດ: ພະນັກງານຂັບລົດຮັບເຄື່ອງ ( shipper driver ) ເຮັດໜ້າທີກວດກາສິນຄ້າຕ້ອງຫ້າມດ້ວຍຕົນເອງ ແລະ ມີຄວາມຮັບຜິດຊອບໂດຍກົງ 100% ຕໍ່ການຂົນສົ່ງສິງຜິດກົດໝາຍ;

3. ສິນຄ້າທີ່ບໍ່ສາມາດເອີ້ນຄ່າເສຍຫາຍໄດ້

ສິນຄ້າທີ່ລູກຄ້າບໍ່ສາມາດເອີ້ນຄ່າເສຍຫາຍໄດ້ໃນກໍລະນີເຄື່ອງແຕກຫັກ ຫຼື ເປ່ເພ ເນື່ອງຈາກເປັນປະເພດສິນຄ້າທີ່ໄດ້ລະບຸໄວ້ໃນສິນຄ້າຕ້ອງຫ້າມ ຫາກແຕ່ລູກຄ້າຕ້ອງການຈະຝາກເຄື່ອງດັ່ງກ່າວ ຄວາມຮັບຜິດຊອບດ້ານຄວາມເສຍຫາຍແມ່ນລູກຄ້າເປັນຜູ້ຮັບເອງທັງຫມົດໄດ້ແກ່:

1)    ປະເພດພັດສະດຸທີ່ແຕກຫັກງ່າຍທີ່ເກີດຈາກການຫຸ້ມຫໍ່ບໍ່ຫນາແຫນ້ນຈາກລູກຄ້າເອງ

2)    ສິນຄ້າທີ່ເປັນຂອງແຫຼວ ແລະ ເຄື່ອງສໍາອາງ:ຄຣີມປຸງ,ໂລຊັນ... ທີ່ມີການປິດຝາບໍ່ໄດ້ມາດຕະຖານ

3)    ປະເພດອາຫານແຫ້ງທີ່ຫຸ້ມຫໍ່ບໍ່ຫນາແຫນ້ນ

4)    ສິນຄ້າທີ່ມີການຫຸ້ມຫໍ່ບໍ່ໄດ້ມາດຕະຖານເຊັ່ນ:ບໍ່ມີການແພັກໃສ່ຖົງ,ບໍ່ມີການຫຸ້ມຫໍ່ດ້ວຍແກັດ...

III.ມາດຕະຖານດ້ານຂະຫນາດ ແລະ ນໍ້າຫນັກຂອງພັດສະດຸ

-      ພວກເຮົາບໍລິການຂົນສົ່ງ ສິນຄ້າ, ຜູ້ໂດຍສານແບບເໝົາເປັນຖ້ຽວ ລູກຄ້າສາມາດເລືອກລົດໃຫ້ເໝາະສົມກັບຂະໜາດ ແລະ ນໍ້າໜັກຂອງພັດສະດຸຂອງລູກຄ້າ.

IV. ເງື່ອນໄຂມາດຕະຖານການໃຫ້ບໍລິການ ແລະ ການຊົດເຊີຍຄ່າເສຍຫາຍໃຫ້ແກ່ລູກຄ້າ

1. ການຍອມຮັບຂໍ້ກຳນົດ  ແລະ ເງື່ອນໄຂການຂົນສົ່ງຂອງທາງບໍລິສັດ

- ເມື່ອໃຊ້ບໍລິການ ກັບທາງບໍລິສັດ ທ່ານຕ້ອງຍອມຮັບເງື່ອນໄຂໃນນາມຜູ້ມອບສິດຂົນສົ່ງ,ຜູ້ທີ່ຖືກລະບຸຊື່ເປັນຜູ້ຮັບພັດສະດຸ, ທ່ານ ແລະ ບຸກຄົນດັ່ງກ່າວຈະຕ້ອງຖືກຜູກມັດໂດຍຂໍ້ກຳນົດ ແລະ ເງື່ອນໄຂຕ່າງໆ

- ເມື່ອຜູ້ຝາກຍອມຮັບວ່າພັດສະດຸ ແລະ ການຂົນຍ້າຍພັດສະດຸຂອງລູກຄ້າ ເປັນໄປຕາມຄວາມຖືກຕ້ອງຕາມກົດຫມາຍຂອງບໍລິສັດ ຂໍສະຫງວນສິດໃນການປະຕິເສດໃນການຂົນສົ່ງ ຫລື ສິນຄ້າທີ່ຜິດກົດຫມາຍ, ສິ່ງຂອງທີ່ແຕກຫັກງ່າຍ, ຂອງຄົມ, ວັດຖຸໄວໄຟ ລູກຄ້າຕົກລັງຮັບຜິດຊອບຕໍ່ຄວາມເສຍຫາຍ ຫຼື ຄວາມເສຍຫາຍທີ່ເກີດຂຶ້ນກັບບຸກຄະລາກອນອື່ນໆໃນກໍລະນີຜູ້ຝາກລະເມີດຂໍ້ຕົກລົງນີ້

- ເມື່ອພັດສະດຸທີ່ຕ້ອງຈັດສົ່ງໃຫ້ກັບບໍລິສັດຖືວ່າຜູ້ຝາກຍອມຮັບຂໍ້ກໍານົດ ແລະ ເງື່ອນໄຂຂອງບໍລິສັດທີ່ລະບຸຢູ່ໃນເອກະສານສັນຍາຮັບຂົນສົ່ງ, ສັນຍາການໃຫ້ບໍລິການອື່ນໆ

-ກໍລະນີທີ່ຜູ້ສົ່ງບໍ່ສາມາດດຳເນີນກາານຈັດສົ່ງພັດສະດຸດ້ວຍເຫດໃດກໍ່ຕາມທາງບໍລິສັດຈະລະບຸ ແລະ ແຈ້ງວ່າພັດສະດຸທີ່ຈັດສົ່ງຢູ່ບ່ອນໃດຫາກບໍ່ສາມາດສົ່ງ ຫລື ຜູ້ຮັບປະຕິເສດທີ່ຈະຮັບພັດສະດຸທາງບໍລິສັດຈະຕິດຕໍ່ຫາຜູ້ຝາກຕົ້ນທາງ ຖ້າຫາກວ່າມີການຈັດສົ່ງຕໍ່ ຫລື ພັດສະດຸທີ່ຕ້ອງສົ່ງຄືນ,ຄ່າທໍານຽມ ແລະ ດຳເນີນການຕໍ່ໄປຕາມທີ່ໄດ້ຕົກລົງກັນ,ຫາກວ່າຕິດຕໍ່ຜູ້ສົ່ງ ແລະ ຜູ້ຮັບບໍ່ໄດ້ພາຍໃນໄລຍະເວລາອັນສົມຄວນທາງບໍລິສັດອາດມີການທຳລາຍພັດສະດຸຂອງຜູ້ຝາກໂດຍບໍ່ຮັບຜິດຊອບຕໍ່ເຫດການດັ່ງກ່າວ

- ທາງບໍລິສັດຈະບໍ່ຮັບຜິດຊອບສໍາລັບການສູນເສຍ ຫຼື ຄວາມເສຍຫາຍອັນເປັນຜົນຈາກການດຳເນີນການໂດຍໃຫ້ບຸກຄົນທີ່ສາມມາຮັບແທນທີ່ຜູ້ຝາກ ຫຼື ຜູ້ຮັບລະບຸໃຫ້ຈັດສົ່ງໃຫ້ບຸກຄົນທີ່ສາມຮັບແທນ

2.ກໍລະນີທີ່ທາງບໍລິສັດຊົດເຊີຍຄ່າເສຍຫາຍໃຫ້ກັບລູກຄ້າ

- ຄວາມຮັບຜິດຊອບຂອງບໍລິສັດຈະຖືກຈໍາກັດຢ່າງເຄັ່ງຄັດໄວ້ພຽງການສູນເສຍ ແລະ ຄວາມເສຍຫາຍໂດຍກົງຕໍ່ການຂົນສົ່ງເທົ່ານັ້ນ ແລະ ການຈໍາກັດຕໍ່ກິໂລກຣາມໂດຍບໍ່ລວມການສູນເສຍ ຫຼື ຄວາມເສຍຫາຍປະເພດອື່ນ

- ການຮຽກຮ້ອງຄ່າເສຍຫາຍທີ່ຍື່ນເປັນລາຍລັກອັກສອນຕໍ່ບໍລິສັດພາຍໃນ30ວັນ ນັບຈາກວັນທີ່ບໍລິສັດຍອມຮັບການຂົນສົ່ງຫາກບໍ່ດຳເນີນການພາຍໃນເວລາດັ່ງກ່າວບໍລິສັດຈະບໍ່ຮັບຜິດຊອບໃດໆການຮຽກຮ້ອງຈະຖືກຈໍາກັດຫນຶ່ງສິດຕໍ່ຫນຶ່ງການຂົນສົ່ງ,ການຊໍາລະເງິນຈາກຂໍ້ຮຽກຮ້ອງຈະຖືເປັນການຊໍາລະເງິນສໍາລັບການສູນເສຍ ຫຼື ຄວາມເສຍຫາຍນັ້ນ

- ໃນກໍລະນີຄວາມເສຍຫາຍຫາກເກີດຈາກການຂົນສົ່ງໂດຍກົງທາງບໍລິສັດຈະຊົດເຊີຍເງິນຄືນໃນວົງເງິນບໍ່ກາຍ500,000 ກີບ/ກ່ອງພັດສະດຸ(Express) ຫຼື ຕາມເຫັນເຫມາະສົມໃນການຊົດໃຊ້

- ການຊື້ປະກັນໄພເພີ່ມ: ກໍລະນີສົ່ງພັດສະດຸທີ່ມີມູນຄ່າສູງ ແລະ ລູກຄ້າຕ້ອງການຊື້ປະກັນໄພເພີ່ມ,ຄ່າປະກັນແມ່ນ 3% ຂອງມູນຄ່າສິນຄ້າເຊິ່ງຈະມີວົງເງິນປະກັນສູງສຸດບໍ່ເກີນ25,000,000 ກີບ ໂດຍພັດສະດຸຕ້ອງຢູ່ໃນເງື່ອນໄຂການຮັບປະກັນຂອງບໍລິສັດ

3.ກໍລະນີທີ່ທາງບໍລິສັດຂໍສະຫງວນສິດໃນການຊົດເຊີຍຄ່າເສຍຫາຍຄືນໃຫ້ແກ່ລູກຄ້າປະກອບມີ:

a) ສິນຄ້າທີ່ຈັດຢູ່ໃນປະເພດສິນຄ້າທີ່ບໍ່ສາມາດຮຽກຮ້ອງຄ່າເສຍຫາຍໄດ້

b) ສິນຄ້າທີ່ຈັດຢູ່ໃນປະເພດສິນຄ້າທີ່ບໍ່ສາມາດຮັບຝາກໄດ້

c) ສິນຄ້າທີ່ມີການຫຸ້ມຫໍ່ບໍ່ໄດ້ມາດຕະຖານ ຫຼື ບໍ່ມີການຫຸ້ມຫໍ່ໃດໆມາ

d) ທາງບໍລິສັດຈະບໍ່ຮັບຜິດຊອບພາຍໃຕ້ສະຖານະກາານດັັ່ງຕໍ່ໄປນີ້:

- ທາງບໍລິສັດຈະບໍ່ຮັບຜິດຊອບຕໍ່ສິນຄ້າ/ພັດສະດຸ ທີ່ສູນຫາຍ ແລະ ເສຍຫາຍເນື່ອງຈາກໄພທຳມະຊາດ ເຫດການນອກເຫນືອ ຈາກການຄວບຄຸມເຊັ່ນ: ຖືກໂຈນປຸ້ນ ແລະ ຄວາມເສຍຫາຍເນື່ອງຈາກການເຊື່ອມສະພາບໃນຕົວຂອງພັດສະດຸເອງ

4.ການຈັດສົ່ງພັດສະດຸ

- ການຈັດສົ່ງຖືວ່າສໍາເລັດຖ້າພັດສະດຸຖືກສົ່ງໄປເຖິງປາຍທາງທີ່ຢູ່ຂອງຜູ້ຮັບທີ່ລະບຸໄວ້ໃນໃບມອບສິດຂົນສົ່ງ

- ຖ້າຜູ້ຮັບເຄື່ອງບໍ່ສະດວກຮັບພັດສະດຸຕາມທີ່ຢູ່ລະບຸໄວ້ ສາມາດໃຫ້ບຸກຄົນທີ່ຢູ່ໃນສະຖານທີ່ນັ້ນເຊັນຮັບແທນ ຫຼື ຖ່າຍຮູບ (ໂດຍຜ່ານການເຫັນດີຈາກຜູ້ຮັບທີ່ລະບຸໄວ້ໃນໃບບິນ) ຫຼື ສາມາດໃຫ້ຜູ້ຮັບເຄື່ອງປະສານຫາສະມາຊິກໃນຄອບຄົວ ຫຼື ຫມູ່ຮ່ວມງານເຊັນຮັບແທນໄດ້

5. ຫຼັກການຈັດສົ່ງ

1) ຈໍາເປັນຕ້ອງມີລາຍເຊັນຈາກຜູ້ຝາກເຄື່ອງເພື່ອເປັນຫຼັກຖານການມອບສິດຂົນສົ່ງ

2) ໃນກໍລະນີຜູ້ຮັບບໍ່ສາມາດຮັບເຄື່ອງ ສາມາດໃຫ້ຄົນອື່ນຮັບແທນໄດ້, ແຕ່ພະນັກງານຈັດສົ່ງຈະຕ້ອງໄດ້ມີການຢັ້ງຢືນຕົວຕົນ ແລະ ເຊັນຮັບແທນຈາກລູກຄ້າເພື່ອເປັນຫຼັກຖານອ້າງອິງ